ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາ​ປະເທດ​ມະຫາ​ອຳນາດ​ ກຳລັງ​ແຂ່ງຂັນ​ກັນ​ສົ່ງ​ອອກ​ເຮືອບິນ​ຮົບ

     ແຫຼ່ງຂ່າວເວັບໄຊ້ກະຊວງການຕ່າງກະເທດ ຣັດເຊຍ ເປີດເຜີຍວ່າ: ຈີນ, ຣັດ​ເຊຍ ແລະ ອາ​ເມ​ຣິ​ກາ​ກຳລັງ​ແຂ່ງຂັນ​ກັນ ເພື່ອ
ສົ່ງ​ອອກ​ເຮືອ​ບິນ​​ຮົບ ລຸ້ນ​ທີ 5 ຂອງ​ກອງທັບຕົນເພື່ອສົ່ງຂາຍ ​ໃຫ້​ແກ່​ທັບ​ອາກາດ​ຂອງ​ບັນດາ​ປະເທດ​ທີ່​ສົນໃຈ​ສັ່ງ​ຈອງ. ການ​ສົ່ງ
ອອກ​ອາວຸດ​ທາງ​​ການ​ທະຫານ​ຂອງ​ປະເທດມະຫາ​ອຳນາດ​ທີ່​ມີ​ເຮືອບິນ​ຮົບ​ທັນ​ສະໄໝ ໃນນີ້, ຈີນ ມີ​ J-20 ແລະ FC-31 ຣັດ
ເຊຍມີ Su-57 ແລະ Su-75 (ສຳລັບ​ສົ່ງ​ອອກ).

     ສະຫະລັດ ອາເມຣິກາ ມີ: F-22 ແລະ F-35 ເມື່ອ​ນຳ​ເອົາ​ມາ​ປຽບທຽບ​ທາງ​ດ້ານ​ເຕັກນິກ ແລະ ແຜນ​ຍຸດ​ທະ​ສາດ​ໃນ​ການ
​ສູ້​ຮົບ​ແລ້ວເຫັນ​ໄດ້​ວ່າ: ມີ​ບາງ​ຈຸດ​ທີ່​ຄ້າຍຄື​ກັນ​ເພາະ​ເຮືອບິນ​ທັງ​ໝົດ​ນັ້ນ​ລ້ວນ​ແລ້ວແຕ່​ມີຄຸນສົມບັດ​ໃໝ່ ​ໃນ​ການ​ສູ້​ຮົບ​ທາງ​ອາກາດ
​ທີ່​ມີ​ເຕັກ​ໂນ​ໂລ​ຊີສູງ. ສຳລັບ​ຈີນ​ໄດ້​ຕັ້ງ​ເປົ້າ​ທີ່​ຊັດ​ເຈນ​ ໂດຍ​ຈະ​ສົ່ງ​ອອກ​ເຮືອບ​ບິນ​​ຮົບ​ລຸ້ນ FC-34 ໃຫ້​ບັນລຸ​ໄດ້​ຕາມ​ຄາດໝາຍ, ເຖິງ
​ແມ່ນ​ວ່າ​ໄດ້​ພະຍາຍາມ​ຂາຍ​ເຮືອ​ບິນ​ຮົບ​ຂອງ​ຕົນ​ໃຫ້​ລູກ​ຄ້າ​ກຸ່ມ​ນ້ອຍ​ຄື: ປາ​ກິດສະຖານ, ບັງ​ກາລາ​ເທດ, ມຽນ​ມາ, ສປປ ເກົາຫຼີ​​
ແລະ ອາ​ຟຣິ​ກາ ​ຈຳນວນ​ໜຶ່ງ. ໃນ​ຂະນະ​ທີ່, ຣັດ​ເຊຍ​ປະກາດ​ທີ່​ຈະ​ສົ່ງ​ອອກ Su-57 ແລະ​ ໄດ້​ເຈລະຈາ​ກັບ ສະຫະລັດ​ອາ​ຣັບ ເອມີ
ເຣດ ເພື່ອ​ຮ່ວມ​ມື​ຜະລິດ Su-75 “Checkmate” ທີ່​ກ້າວໜ້າ​ກວ່າ.

     ປັດຈຸບັນ, ມີ 14 ປະເທດ​ໄດ້​ນຳ​ໃຊ້​ເຮືອບິນຮົບ​ດັ່ງກ່າວ ແລະ ມີ 10 ກວ່າ​ປະເທດ​ເຂົ້າ​ຮ່ວມ​ຜະ ລິດ. Su-75 "Checkmate"
ຂອງ​ຣັດ​ເຊຍ (ຫຼື​ຮູ້ຈັກ​ກັນ​ໃນ​ນາມ Sukhoi) ເປັນ​ທີ່​ໜ້າ​ສັງ ເກດ, ໄດ້ປັບປຸງເປັນ​ລຸ້ນ​ທີ 5 ຂອງ​ບັນດາ​ມະຫາ​ອຳນາດ​ລ້ວນ​ແຕ່​ຖືກ
​ອອກ​ແບບ​ຕາມ​ທິດ​ປ້ອງ​ກັນ​ທາງ​ອາກາດ​ຂອງ​ໃຜ​ມັນ. ສະເພາະ ​ສປ ຈີນ ແລະ ຣັດເຊຍ ເນັ້ນ​ໜັກ​ເຖິງ​ຄວາມ​ສາມາດ​ປ້ອງ​ກັນ​ທາງ​ອາ
ກາດ, ເຮືອບິນ​ສູ້​ຮົບ​ຂອງ​ເຂົາເຈົ້າ​ມີ​ການ​ປະສານ​ສົມທົບ​ກັບ​ທຸກໆ​ລະບົບ​ປ້ອງ​ກັນ​ອາກາດ​ຢ່າງ​ແໜ້ນ​ແຟ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/01/2024